ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ​ວສ-ປສ ການ​ທະຫານ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ

     ວັນ​ທີ 20 ກຸມ​ພາ 2024, ກົມ ວິທະຍາສາດ-ປະຫວັດສາດ (​ວສ-​ປສ) ການ​ທະຫານກະຊວງ​ປ້ອງ​ກັນ​ປະເທດ ໄດ້​ມອບ​ເງິນ​
ນະໂຍບາຍ​ອຸດ​ໜູນ​ ໃຫ້​ຄອບຄົວ​ພະນັກງານທີ່​ເສຍ​ຊີວິດ. ໂດຍ​ອີງ​ຕາມ​ຂໍ້​ຕົກລົງ ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ອີງ​ຕາມ​ໜັງສື​ສະເໜີ​
ຂອງກົມ ​ວສ-​ປສ ການ​ທະຫານ ເລື່ອງ​ການ​ປະຕິບັດ​ນະໂຍບາຍຕໍ່​ຄອບຄົວ​ພະນັກງານ ທີ່​ເສຍ​ຊີວິດ, ປະຕິບັດ​ຕາມ​ການ​ຄິດໄລ່​ຂອງ
​ກົມ​ປະກັນ​ສັງຄົມ ໄດ້​ອະນຸມັດ​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນໃຫ້​ນາງ ສີວິໄລ ແກ້ວ​ວົງສາ ຄູ່​ສົມລົດ​ຂອງ ສະຫາຍ ຮ້ອຍ​ເອກ ເກດ​ສະ
​ດາ​ສັກ ແກ້ວ​ວົງສາ ຕາມ​ລະບຽບ​ປະກັນ​ຕົນ ລວມ​ເປັນ​ເງິນ​ທັງ​ໝົດ 14.402.610 ກີບ, ໂດຍ​ການ​ກ່າວ​ມອບ ຂອງ​ສະຫາຍ ພັນ​ໂທ
ອູ​ເທບ ພົມ​ມະ​ເທດ ຫົວໜ້າ​ພະແນກການ​ເມືອງ ກົມ ​ວສ-​ປສ ການ​ທະຫານ ແລະ ກ່າວ​ຮັບ​ຂອງ​ສະຫາຍ ຮ້ອຍ​ເອກ ເກດ​ສະ​ດາ​
ສັກ ແກ້ວ​ວົງສາ ພະນັກງານ ​ຫ້ອງ​ຍຸດ​ທະ​ສາດ​ການ​ທະຫ
ານ.

ແຫຼ່ງທີ່ມາ: ສອນ​ໄຊ
ວັນທີ 22/02/2024